ໂຮງໝໍ ແມ່ນ້ຳຂອງ

ຖະຫນົນ: 450ປີ, ບ້ານສະພັງເມິກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂທ: 030 98 05 533
ຍິນດີຕອນຮັບລູກຄ້າທຸກໆທ່ານ ພວກເຮົາ ໂຮງໝໍ ແມ່ນໍ້າຂອງ MEKONG HOSPITAL ພ້ອມແລ້ວທີ່ຈະບໍໃຫ້ບໍລິການໃນການປິ່ນປົ່ວ ທຸກທ່ານ ດ້ວຍປະສົບການໃນການປິ່ນປົ່ວທີ່ຍາວນານ ໂຮງໝໍແມ່ນໍ້າຂອງແມ່ນໂຮງໝໍໜຶ່ງທີ່ໄດ້ມາດຕະຖານ ແລະ ຖືກຮັບຮອງຈາກກະຊວງສາທາລະນະສຸກ ສປປລາວ ໃຫ້ເປີດບໍລິການເປັນໂຮງໝໍເອກະຊົນ , ພວກເຮົາມີທ່ານໝໍ, ພະຍາບານ, ນັກວິຊາການແພດທີ່ມີປະສົບການສູງທາງພາຍໃນ ແລະ ຕ່າງປະເທດ, ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝນໍາເຂົ້າຈາກຕ່າງປະເທດເຊັນ:ເຄື່ອງCT,ເຄື່ອງເອໂກ4ມິຕິ, ເຄື່ອງສະຫຼາຍໜີ້ວ, ເຄື່ອງຊ່ອງລັງສີ DR, ເຄື່ອງຊ່ອງຫູ ຕາ ດັງ ຄໍ ດ້ວຍລະບົບຄອມພີວເຕີ້, ເຄື່ອງກວດປາກມົດລູກ ດ້ວຍລະບົບຄອມພີວເຕີ້, ເຄື່ອງກວດຮູທະວານ ດ້ວຍລະບົບຄອມພີວເຕີ້, ເຄື່ອງວິເຄາະເລືອດ, ເຄື່ອງແຍກຈຸລັງ, ກ້ອງຈຸລະທັດ ດ້ວຍລະບົບດິີຈີິຕ້ອນ, ເຄື່ອງປິ່ນປົວດ້ວຍຄື້ນແສງ, ປິ່ນປົວດ້ວຍເຄື່ອງຮົມໄຟ, ປິ່ນປົວດ້ວຍເຄື່ອງຮົມຄວັນຢາ, ປິ່ນປົວດ້ວຍຕຽງຢືດເສັ້ນ ແລະ ອື່ນໆ. ທາງໂຮງໝໍພວກເຮົາປະກອບມີຫຼາຍພະແນກເຊັ່ນ:ພະແນກພາຍນອກ-ຜ່າຕັດ, ພະແນກພາຍໃນ, ພະແນກສຸກເສີນ, ພະແນກແຂ້ວ, ພະແນກເດັກ, ພະແນກໜີ້ວ, ພະແນກກະເພາະລໍາໄສ້, ພະແນກພະຍາດຍີງ-ຊາຍ, ພະແນກຜີວໜັງ, ພະແນກກະດູກ, ພະແນກຫູ ຕາ ດັງ ຄໍ, ພະແນກກາຍຍະບໍາບັດ, ການແພດພື້ນເມືອງ-ຝັງເຂັມ ແລະ ອື່ນໆ. ການປິ່ນປົວແມ່ນນໍາໃຊ້ຢາພື້ນເມືອງ ແລະ ຢາຫຼວງຄຽງຄູ່ກັນ, ແພດພື້ນເມືອງ, ຝັງເຂັມ, ກາຍຍະບໍາບັດ, ຜ່າຕັດ ແລະ ອື່ນໆ. ທາງໂຮງໝໍມີຄວາມມຸ່ງໝັ້ນໃນການບໍລິການປິ່ນປົວຄົນເຈັບດ້ວຍການເອົາໃຈໃສ່, ຈິງໃຈ, ວ່ອງໄວ, ພວກເຮົາຍິນດີທີ່ຈະໃຫ້ຄຳປຶກສາທຸກໆທ່ານ ດ້ວຍຄວາມເປັນກັນເອງ ອົບອຸ່ນປຽບສະເໝືອນທ່ານເປັນຄອບຄົວຂອງພວກເຮົາ. **** ຄິດຈະປິ່ນປົ່ວ ຄິດຮອດໂຮງໝໍ ແມ່ນໍ້າຂອງ MEKONG HOSPITAL ເພາະພວກເຮົາຄົບເຄື່ອງເລື່ອງການປິ່ນປົ່ວ**** *** ຂໍຂອບໃຈ ທຸກໆທ່ານທີ່ໄວ້ວາງໃຈໃຫ້ພວກເຮົາ ໂຮງໝໍ ແມ່ນໍ້າຂອງ MEKONG HOSPITAL ເບິ່ງແຍງທ່ານ ແລະ ຄອບຄົວ ***