Adina Spa

ຕິດຕໍ່: 021 414 138 - 020 2221 6222 ສະຖານທີ່: ບ້ານໂພນສະອາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຕິດຕໍ່: 021 414 138 - 020 2221 6222
ຍິນດີຕອນຮັບ ແຂກທຸກທ່ານ ເມື່ອທ່ານເມື່ອຍຈາການເຮັດວຽກລະຫວ່າງມື້ ຮ່າງກາຍກໍຕ້ອງການຜ່ອນຄາຍກ້າມເນື້ອທີ່ອ່ອນເພຍ ເມື່ອຍລ້າ ມາຈາກການເຄື່ອນໄຫວກິດຈະກໍາປະຈໍາວັນ ພວກເຮົາພ້ອມແລ້ວທີ່ຈະມອບຄວາມສຸກ ຄວາມສະບາຍໃຫ້ກັບຮ່າງກາຍອັນເມື່ອຍລ້າຂອງທ່ານໃຫ້ຜ່ອນຄາຍ ແລະ ຄືນສູ່ສະພາບທີ່ພ້ອມເຮັດກິດຈະກໍາໃໝ່ໆອີກຕໍ່ໄປໄດ້ຢ່າງສະບາຍ ພຽງແຕ່ທ່ານມາສໍາພັດກັບການບໍລິການ ນວດສະປາ ທີ່ຮ້ານ ນວດສະປາ ອາດິນ່າສະປາ ຂອງພວກເຮົາ ເພາະພວກເຮົາມີລາຍການນວດທີ່ຫຼາກຫຼາຍແບບໃຫ້ທ່ານໄດ້ມາເລືອກໃຊ້ບໍລິການ, ສະຖານທີ່ສະອາດ ແລະ ສວຍງາມເປັນເອກະລັກແບບລາວໆດ້ວຍດອກຈໍາປາທີ່ມີສະເໜ່ ພ້ອມກັບການໃຫ້ບໍລິການຈາກພະນັກງານທີ່ສຸພາບ ແລະ ມີປະສົບການໃນການບໍລິການ *ຄິດຈະພັກຜ່ອນຮ່າງກາຍ ຄິດຮອດເຮົາ ຮ້ານ ນວດສະປາ ອາດິນ່າສະປາ *





